BREAKING NEWS

header

header

ບັນເທິງ ດາລາ

ເພງລາວ

ບັນເທິງຕ່າງປະເທດ

วันพฤหัสบดีที่ 30 เมษายน พ.ศ. 2558

ຈີເຊລ ບຸນເຊນ” ຊຸບເປີໂມເດວອຳລາເວທີຍ່າງແບບ

975989
ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ຈາກ​ເມືອງ​ເຊົາ​ເປົາ​ລູ ປະເທດ​ບລາ​ຊິນ ເມື່ອ​ວັນທີ່16ເມສາ ວ່າ ຈີ​ເຊລ ບຸນ​ເຊນ ນາງ​ແບບ​ຊື່​ດັງ​ຊາ​ວບ​ລາ​ຊິນອາຍຸ34ປີ ຍ່າງ​ແບບ​ເປັນ​ເທື່ອ​ສຸດ​ທ້າຍ​ໃນ​ເຊົາ​ເປົາ​ລູ​ແຟ​ຊັນ​ວີກ ຫລັງ​ຈາກ​ຢູ່ໃນ​ວົງ​ການ​ນາງ​ແບບ​ມາ​ດົນ​ເຖິງ20ປີ ໂດຍ​ຄືນ​ມື້​ພຸດ​ທີ່​ຜ່ານມາ​ນາງ​ໄດ້​ຂຶ້ນ​ຍ່າງ​ເປີດ​ໂຊ​ໃຫ້​ກັບ​ແບ​ລນ​ເສື້ອ​ຜ້າ​ຄັອກ​ຊີ ທີ່​ນາງ​ເປັນ​ພີ​ເຊນ​ເຕີ​ໃຫ້​ ໃນ​ຊຸດ​ກະໂປ່ງຊົງ​ເອ​ສ​ຫລຸ​ລາຍ​ລູກ​ໄມ້​ສີ​ຂາວ ກັບ​ເກີບ​ບູດ​ສີ​ດຳ​ຍາວ​ເຖິງ​ເຂົ່າ ແລະ ​ຍ່າງ​ປິດ​ໂຊ​ດ້ວຍ​ຊຸດ​ກະ​ໂປງ​ຊັນ​ລາຍ​ທາງ​ສີ​ງາ​ຊ້າງ​ຕັດ​ກັບ​ສີ​ແຊນ​ມອນ ຊຶ່ງ​ມີ​ທອມ ເບນ​ດີ ຜົວ​ມາ​ໃຫ້​ກຳ​ລັງ​ໃຈ​ຕິດ​ຂອບ​ແຄດ​ວອກ

ຫລັງ​ຈາກ​ຍ່າງ​ປິດ​ໂຊ​ສຳເລັດ​ນາງ​ແບບ​ທຸກ​ຄົນ​ໄດ້​ຍ່າງ​ອອກ​ມາ​ພ້ອມ​ກັນ​ໃນ​ຊຸດ​ເສື້ອ​ຍືດ​ໂສ້ງ​ຢີນ​ພິມ​ຮູບ​ໜ້າ​ຂອງ​ຈີ​ເຊລ ບຸນ​ເຊນ ປິດ​ສາກ​ການ​ຍ່າງ​ແບບ​ເປັນ​ເທື່ອ​ສຸດ​ທ້າຍ​ໃນ​ປະເທດ​ບ້ານເກີດ​ຂອງ​ຕົນ​ເອງ ຂະນະ​ທີ່​ນາງ​ໃຫ້​ສຳພາດ​ວ່າ ນາງ​ຕ້ອງ​ການ​ໃຊ້​ເວລາ​ກັບ​ຄອບຄົວ​ໃຫ້​ຫລາຍ​ຂຶ້ນ ແລະ​ແມ່ນ​ຈະ​ເຊົາຍ່າງ​ແບບ​ແລ້ວ​ແຕ່​ບຸນ​ເຊນ​ຈະ​ຍັງ​ຄົງ​ຮັບ​ງານ​ໃນ​ວົງ​ການ​ນາງ​ແບບ​ຕໍ່ໄປ ໂດຍ​ນາງ​ບອກວ່າ​ຕອນ​ນີ້​ຊີວິດ​ນາງ​ຄືກັບ​ນ້ຳ​ທີ່​ເຕັມ​ຈອກ ແລະ​ບໍ່​ຮູ້​ຈະ​ເຕີມ​ນ້ຳ​ລົງ​ໄປ​ອີກ​ເປັນຫຍັງ ຊຶ່ງ​ເປັນ​ເຫດຜົນ​ທີ່​ນາງ​ປະ​ກາດ​ອຳ​ລາ​ເວ​ທີ​ຍ່າງ​ແບບ

แสดงความคิดเห็น

 
Copyright © 2013 iLaos.blogspot.com
Powered byBlogger