BREAKING NEWS

header

header

ບັນເທິງ ດາລາ

ເພງລາວ

ບັນເທິງຕ່າງປະເທດ

วันพฤหัสบดีที่ 30 เมษายน พ.ศ. 2558

ຮູບເງົາຮັກອິຫຼີ2 ຊິເຂົ້າໂຮງແລ້ວ

11127821_811323358946474_8896941795085182001_n

ໃນໂອກາດເຂົ້າຮ່ວມຊົມຮູບເງົາ ຂ້ອຍຮັກເຈົ້າ ຂອງບໍລິສັດ TK Enter ເປັນຜູ້ສ້າງ ເຊິ່ງໃນງານມີຜູ້ເຂົ້າຮ່ວມຊົມຈຳນວນຫຼວງຫຼາຍ ທັງສື່ມວນຊົນແລະປະຊາຊົນທົ່ວໄປ. ສ່ວນເລື່ອງບັນຍາກາດຂອງຮູບເງົາ ນັບວ່າຢູ່ໃນລະດັບດີຫຼາຍ ຮູບເງົາໄດ້ສ້າງສຽງຫົວໃຫ້ຜູ້ຊົມໄດ້ເລື້ອຍໆ.

10419944_771502669595210_4108558962068874805_n
ໃນໂອກາດດັ່ງກ່າວ ທີມຂ່າວເຮົາກໍໄດ້ພົບພໍ້ ພະເອກດັງ ເຈ້ຍ ປາຊິຟິກ ແລະໄດ້ສອບຖາມເຖິງຮູບເງົາຮັກອິຫຼີພາກ2 ກໍໄດ້ຮັບຄຳຕອບວ່າ: ມາຮອດປັດຈຸບັນນີ້ ການຖ່າຍທຳ ແລະຕັດຕໍ່ໄດ້ສຳເລັດໄປແລ້ວເປັນທີ່ຮຽບຮ້ອຍ ແລະວ່າຖ້າຫາກບໍ່ມີເຫດການຫຍັງຕ້ອງເລື່ອນ ຄາດວ່າຈະຖືກສາຍເປັນຮອບສື່ມວນຊົນ ໃນວັນທີ 21 ພຶດສະພາ 2015 ທີ່ຫໍວັດທະນະທຳ ແລະຈະສາຍຮອບພິເສດໃນວັນທີ 6-7 ມິຖຸນາ 2015 ຢ່າງແນ່ນອນ.

10427294_771502689595208_7383354096112585652_n
ພະເອກດຳ ເອິ… ດັງ ໄດ້ຝາກບອກແຟນໆ ວ່າ ຮັກອິຫຼີພາກ2 ຈະມີດີຄັກກວ່າພາກທຳອິດແນ່ນອນ ເພາະໄດ້ປະສົບການ ແລະໄດ້ເສີມທີມຂຶ້ນຕື່ມ ເຊິ່ງໃນເລື່ອງຈະມີທັງ ຫົວ ເສົ້າ ແລະຊື້ງ ຈຶ່ງໃຫ້ກຽມແຂ້ວໄປແຫ້ງ, ກຽມທ້ອງໄປແຂງ ແລະກຽມນ້ຳຕາໄປໄຫຼໄວ້ເລີຍ.

แสดงความคิดเห็น

 
Copyright © 2013 iLaos.blogspot.com
Powered byBlogger